Friday, December 15, 2017

ໂປຼຮມໍຊັນ

ເຮືອນພັກສາຍນໍ້າກັດຢໍລະປາ ເມືອງໄຊ ແຂວງອຸດົມໄຊຕັ້ງຢູ່ບ້ານແຟນ,ລາຄາພິເສດ ເພື່ອ
ຕ້ອນ

ຮັບບຸນສັ່ງທ້າຍປີເກົ່າຕ້ອນຮັບປີໃຫ່ມ(ຮີບຈ່ອງເດີ້ມີຈໍານວນຈໍາກັດ)ໂທ:02055564359
. WhatsApp: 02055564359
. Mail: gm@namkatyorlapa.com







        ໂອກາດພິເສດ ລາຄາເຕັ້ນພ້ອມຊຸດບ່ອນນອນສະບາຍໆແບບນອນໃນໂຮງແຮມ ໃນງານສະຫຼອງຄືນສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ທີ່ ນໍ້າກັດຢໍລະປ່າ
- ເຕັ້ນສຳລັບນອນ 2 ຄົນ = 200,000ກີບ
-
ເຕັ້ນສຳລັບນອນ 3 ຄົນ = 250,000ກີບ
ມີຫ້ອງນໍ້າສະອາດ ແລະ ມີນໍ້າອຸ່ນໃຫ້ອາບ
+ ໃນງານຈະມີ: 
-
ມິນິຄອນເສີດ ແລະ ຄາລາໂອເກະ ເຊີ່ງຈະມີທີມງານນັກຮ້ອງຈາກ THE WoW LAO ມາຮ່ວມແຈມນຳ
-
ຊຸ່ມອາຫານນາໆຊາດ ພ້ອມເຄື່ອງດຶ່ມ ຫຼາກຫຼາຍລາຍການ ລາຄາເມນູອາຫານເລີມຕົນພຽງ 10,000ກີບ
-
ຫຼີ້ນເກມແຈກໂຊກຫຼາຍລາຍການ
ທ່ານໃດຈະມາຕ້ອງຢ່າລືມກະກຽມເຄື່ອງກັນໜາວມາພ້ອມ ເພາະຊ່ວງນັ້ນ ອຸນນະພູມໜ້າຈະຕໍ່າກວ່າ 10 ອົງສາ
# ຈອງໂດຍກົງໄດ້ທີ່:
. Fecebook
ນີ້
.
ໂທ: 02055564359
. WhatsApp:
02055564359
. Mail: gm@namkatyorlapa.com
"
ມີຈຳນວນຈຳກັດ "
ແພັກເກັດອີໂຄ່ ໂນເວມເບີ ( ພະຈີກ ) ***
ອີໂຄ່ ໂນເວມເບີ ແພັກເກັດ 1,250,000 ກີບ (155 ໂດລ່າ) 3 ມື້ 2 ຄືນ ສຳຫລັບ 2 ທ່ານ
+++
ຈາກລາຄາປົກກະຕິ 2,300,000 ກີບ (280 ໂດລ່າ) +++
ຕັ້ງແຕ່ວັນທີ່ 1 ພະຈີກ ຫາ 15 ທັນວາ 2017 ເທົ່ານັ້ນ
*****ຈອງກ່ອນ ໄດ້ກ່ອນ***** 




ພັກສາຍນໍ້າກັດຢໍລະປາບັນຍາກາດຕອນຄໍ່າ











ຕິດຕໍ່ຫາພວກເຮົາ





 ໂທ:0304885105
 WhatsApp: 02058441657
. Mail: khumkeo7777@gmli.com
ຫຼື ໂທ:02055564359
. WhatsApp: 02055564359
. Mail: gm@namkatyorlapa.com 

ທີພັກ-ໂຮງແຮມ

ໂຮງແຮມໄຊພອນສຸກ ເມືອງໄຊ ແຂວງອຸດົມໄຊຕັ້ງຢູ່ບ້ານໝອງແມງດາລາຄາຖືກ,ບໍ່ແພງ,ຍີນດີ

ໃຫ້ບໍລີການ,ມີສະຖານທີກ້ວງຂວາງ,ມີສະຖານທີຈອດລົດສະດອກສະບາຍ.


ຫ້ອງນອນສະອາດ




ຫ້ອງນໍ້າສະອາດ

ຫ້ອງນອນສະອາດມີຕຽນຄູ່





ຫ້ອງນໍ້າສະອາດ



ເຮືອນພັກສາຍນໍ້າກັດມີຫ້ອງນອນໃຫ້ເລືອກແບບ



ຫ້ອງນອນສະອາດມີຕຽນຄູ່





ມີສະຖານທີໃຫ້ນັ່ງຊົມວິວກ້ວາງຂວາງ








ຮ້ານອາຫານ

ແພັກເກັດອີໂຄ່ ໂນເວມເບີ ( ພະຈີກ ) ***
ອີໂຄ່ ໂນເວມເບີ ແພັກເກັດ 1,250,000 ກີບ (155 ໂດລ່າ) 3 ມື້ 2 ຄືນ ສຳຫລັບ 2 ທ່ານ
+++
ຈາກລາຄາປົກກະຕິ 2,300,000 ກີບ (280 ໂດລ່າ) +++
ຕັ້ງແຕ່ວັນທີ່ 1 ພະຈີກ ຫາ 15 ທັນວາ 2017 ເທົ່ານັ້ນ
*****
ຈອງກ່ອນ ໄດ້ກ່ອນ*****
ຫ້ອງອີໂຄ່ + ອາຫານເຊົ້າ + ກິດຈະກຳ ຂີ່ລົດເອທີວີ, ຂີ່ລົດຊົມປ່າ, ຍ່າງປ່າ ແລະ ຂີ່ສະລິງ 9 ເສັ້ນ
ຟຣີລົດຮັບສົ່ງ ຈາກສະໜາມບີນ ຫຼື ຄີວລົດໂດຍສານຂອງເທດສະບານອຸດົມໄຊ
ເຊັກອີນໄດ້ແຕ່ເຊົ້າ ແລະ ເຊັກເອົ້າໄດ້ເຖີງ 16:00 ໂມງ                            
ທຸກໆຫ້ອງພັກຈະຕິດກັບແຄມສາຍນໍ້າກັດ ດັ່ງທີ່ເຫັນໃນຮູບ
ຈອງຫ້ອງພັກໄດ້ທີ່ໝາຍເລກ +856 20 5556 4359 ຫຼື + 856 81 219 666
ອີ່ເມວ: gm@namkatyorlapa.com
ອາຫານແຊບ ຈາກພໍ່ຄົວທີ່ມີປະສົບການ ຜ່ານໂຮງແຮມລະດັບ 5 ດາວມາແລ້ວຈາກຫຼາຍໆປະເທດ ທີ່ນີ້ຈະເຮັດໃຫ້ທ່ານໃດ້ພົບຄວາມແຕກຕ່າງ ຮ້ານອາຫານ ຢໍລະປ່າ ລີສອດ ເປີດທຸກວັນ ແຕ່ 7:00 - 21:00.
   














ສະຖານທີທ່ອງທ່ຽວ

                  ຕາດນ້ຳກັດ ບ້ານແຟນ ເມືອງໄຊ. (ອຸດົມໄຊ)
ຕາດນ້ຳກັດ ຕັ້ງຢູ່ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ ຫ່າງຈາກເທດສະບານເມືອງໄຊ 24 ກິໂລ ແມັດ. ສະພາບເສັ້ນທາງໃນການເຂົ້າ ເຖິງບ້ານທາງ ປູຢາງຈາກເທດສະ ບານເມືອງໄຊ ເຖິງບ້ານບໍ່ 5 ກິໂລແມັດ, ແຕ່ບ້ານບໍ່ຫາບ້ານແຟນ ແລະ ເຂົ້າເຖິງຕາດນ້ຳກັດ ແມ່ນເປັນເສັ້ນ ທາງທີ່ປູດ້ວຍຫີນແຮ່ 18 ກິໂລແມັດ, ຈຸດເດັ່ນ ຫຼື ສິ່ງດຶງດູດນັກທ່ອງທ່ຽວມາທ່ຽວຢູ່ໃນ ເຂດປ່າສະຫງວນຂອງພູຫີຜີ ທີ່ມີປ່າດົງດິບດົກໜາ, ຕົ້ນໄມ້ໃຫຍ່, ມີຊີວະນາໆພັນຊະນິດຕ່າງໆ ທີ່ອາໄສຢູ່ໃນປ່າສະຫງວນ ດັ່ງກ່າວ ແລະ ເໝາະສົມທີ່ຈະໄປສຶກສາວິໄຈ ສິ່ງທີ່ມີຊີວິດດ້ານ ພຶກສາຊາດ, ຕາກອາກາດ, ກິນເຂົ້າປ່າ, ພັກຜ່ອນຢ່ອນອາລົມຕາມໂງ່ນຫີນ ແລະ ສາຍນ້ຳ. ນ້ຳຕົກຕາດນ້ຳກັດເປັນຕາດຊັ້ນດຽວ ມີຄວາມສູງປະມານ 15-20 ແມັດ ແລະ ກວ້າງປະມານ 20-50 ແມັດ, ໜ້າຕາດມີອ່າງອາບນ້ຳທຳມະຊາດ ທີ່ເຢັນສະບາຍ. ປະຈຸບັນ ພວມຢູ່ໃນໄລຍະການພັດທະນາ ແລະ ກໍ່ສ້າງ ຂອງບໍລິສັດແຟເຊັດ ພັດທະນາເປັນຜູ້ສຳປະທານພັດທະນາແບບ ຄົບວົງຈອນ ແຕ່ນີ້ເຖິງປີ 2020 ໃຫ້ສຳເລັດ100%.ຕາດນໍ້າກັດ ໄດ້ຄົ້ນພົບໃນປີ ຄສ 1999 ແລະເປີດບໍລິການປີ ຄສ 2006, ຈາກການເລົ່າປາກຕໍ່ປາກຕໍ່ໆກັນມາຂອງຊາວບ້ານ ທີ່ເອີ້ນກັນວ່າ “ຫ້ວຍນ້ຳກັດ’’ໄດ້ມາຈາກຄຳວ່າ “ສະກັດ ກັ້ນສັດຕູ” ເຊິ່ງສະໄໝການຕໍ່ສູ້ເສິກເຈືອງ ໄດ້ມີທະຫານໄປສະກັດຕີສັດຕູຢູ່ເຂດບ້ານແຫ່ງໜຶ່ງ ມີປະມານ 2-3 ຄອບຄົວອາໄສຢູ່ແຄມຫ້ວຍສາຍໜຶ່ງ (ບໍ່ຮູ້ຊື່ຫ້ວຍ) ພາຍຫຼັງໄດ້ຮັບໄຊຊະນະ ໃນການສະກັດກັ້ນຕີຕ້ານສັດຕູແລ້ວ ປະຊາຊົນຈຶ່ງພາກັນມາຕັ້ງຖິ່ນຖານຢູ່ ເຂດດັ່ງກ່າວເຊິ່ງເປັນ ເຂດທີ່ອຸດົມສົມບູນໃນ ການຜະລິດເຂົ້າປາອາຫານ ຈິ່ງໃສ່ຊື່ວ່າ: ບ້ານກັດ ແລະ ໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫ້ວຍນ້ຳກັດ ຈົນເຖິງປະຈຸບັນ. ອີກຄວາມໝາຍໜຶ່ງເອີ້ນວ່າຫ້ວຍກັດ ຄຳວ່າ “ກັດ” ແມ່ນພາສາກຶມມຸ ແປວ່າ “ເຢັນກັດ” ເຊິ່ງເປັນຊົນເຜົ່າໜຶ່ງ ທີ່ອາໄສຢູ່ເຂດດັ່ງກ່າວມາກ່ອນ ແລ້ວຫຼາຍພັນປີ, ເຂົາເຈົ້າໄດ້ໃສ່ຊື່ຫ້ວຍດັ່ງກ່າວວ່າ: “ຫຣົງອົມກັດ” ເຊິ່ງມີຄວາມໝາຍວ່າ: ຫ້ວຍນ້ຳກັດ ເມື່ອເວລາລົງອາບນ້ຳຫ້ວຍ ສາຍດັ່ງກ່າວກໍ່ຈະເຢັນກັດທີ່ສຸດ ຈິ່ງເອີ້ນວ່າ“ນໍ້າກັດ” ມາຈົນເຖິງປະຈຸບັນ.


          ຖ້ຳຈອມອອງ ບ້ານຈອມອອງ ເມືອງໄຊ. (ອຸດົມໄຊ)
 ຖ້ຳຈອມອອງ ຕັ້ງຢູ່ບ້ານຈອມອອງ ເມືອງໄຊຫ່າງຈາກ ເທດສະບານເມືອງໄຊ 45 ກິໂລແມັດ (ເປັນເສັ້ນທາງດິນແດງ). ຖ້ຳຈອມອອງ ຕັ້ງຢູ່ຫ່າງຈາກ ບ້ານຈອມອອງ ປະມານ ກິໂລແມັດ, ເປັນເສັ້ນທາງຍ່າງ (ລົດບໍ່ສາມາດເຂົ້າເຖິງໄດ້). ທ່າແຮງໃນການພັດທະນາ ການທ່ອງທ່ຽວຂອງ ແຂວງ ແມ່ນເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງ ແຂວງ ອຸດົມໄຊເຊິ່ງປະກອບດ້ວຍສີສັນຕ່າງໆ ແບບທຳມະຊາດ ທີ່ອັດສະຈັນ, ມີຫຼາຍຮູ ເຂົ້າ-ອອກ ເຊິ່ງມີຄວາມຍາວທັງໝົດ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງຂອງຖ້ຳ ປະມານ 15-50 ແມັດ ແລະ ຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນ ມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍທີ່ມີລວດລາຍສວຍງາມ, ຫີນແກ້ວເປັນສີຂາວເຫຼື້ອມ ຄືກັບເພັດພອຍ ເປັນກ້ອນໃຫຍ່ປະດັບປະດາ ຫ້ອຍຢູ່ຕາມຝາຫີນ ຄືກັບດອກໄຟຟ້າ ຢ່າງສວຍງາມ. ປັດຈຸບັນ ຖ້ຳດັ່ງກ່າວ ໄດ້ເອົາໄຟຟ້າແສງຕາເວັນເຂົ້າແລ້ວ ປະມານ 500 ແມັດ. ຢູ່ໃນຖ້ຳ ຍັງເປັນລັກສະນະເດີມ ທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ ໄດ້ຜ່ານການສຳຫຼວດ ຂອງນັກວິທະສາດ ຈາກສະຫະພາບເອີຣົບໃນປີ 2009 ແລະ ປີ 2010 ເປັນຖ້ຳທີ່ເໝາະສົມ ໃນການພັດທະນາ ເປັນສະຖານທີ່ທ່ອງທ່ຽວ ໃນລະດັບຊາດ.
    ຖ້ຳນີ້ ໄດ້ຄົ້ນພົບໃນປີ ຄສ 2005 ແລະ ເປີດບໍລິການປີ ຄສ 2007. ຖໍ້າຈອມອອງ ແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນ ເຄີຍເອີ້ນຊື່ຖ້ຳນີ້ໃນເມື່ອກ່ອນວ່າ ”ຖ້ຳເຈຍ” ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ຳມາເຮັດໝື້ປືນແກັບ. ດັ່ງນັ້ນ, ປະຊາຊົນເຂດຈອມອອງ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖ້ຳນີ້ວ່າ ຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ. ແຕ່ ທາງພະແນກທ່ອງທ່ຽວ ໄດ້ໂຄສະນາໃຫ້ເອີ້ນຊື່ວ່າ ຖ້ຳຈອມອອງ ຕາມຊື່ຂອງບ້ານ ຈົນເຖິງປະຈຸບັນນີ້. ບ້ານຈອມອອງ ອີກປະຫວັດໜຶ່ງທີ່ເອີ້ນວ່າ ຈອມອອງ ຍ້ອນວ່າ: ຄຳວ່າ “ຈອມ’’ ເປັນພາສາກຶມມຸ ເຊິ່ງແປວ່າ ຕິດຕາມໄປ, ນຳກົ້ນໄປ, ສ່ວນຄຳວ່າ “ອອງ” ແປວ່າ ໂຕຕໍ່ດິນ, ໃນສະໄໝກ່ອນປະ ຊາຊົນເມືອງນາໝໍ້ໄດ້ໄປຄ້ອງຕໍ່ ຫຼື ຫາເອົາຮັງໂຕຕໍ່ ໂດຍໄດ້ເອົາຍວງຝ້າຍນ້ອຍໆ ອ່ອນໆ ມັດອາຫານໃສ່ຕີນໂຕຕໍ່ ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປຫາຮັງ ແລ້ວປະຊາຊົນກໍນຳໂຕຕໍ່ນັ້ນໄປ ຈຶ່ງໄປພົບເຫັນເຂດພື້ນທີ່ດັ່ງກ່າວເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດກະສິກຳ, ປູກຝັງ, ລ້ຽງສັດ. ຕໍ່ມາຈຶ່ງ ພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ ແລ້ວຈິ່ງເອີ້ນວ່າ ບ້ານຈອມອອງ ຈົນເຖິງປະຈຸບັນ.


                   
       ນ້ຳຕົກຕາດນ້ຳແຮງ ເມືອງຮຸນ. (ອຸດົມໄຊ)
ນ້ຳຕົກຕາດນ້ຳແຮງ ບ້ານກະຕາງຢາ ຕັ້ງຢູ່ຫ່າງຈາກ ເທດສະບານ ເມືອງຮຸນ ປະມານ 24 ກິໂລແມັດ. ເປັນເສັ້ນທາງປູຢາງ 4 ກິໂລແມັດ, ຈາກນັ້ນ ເຂົ້າເປັນເສັ້ນທາງຍົກລະດັບ ປູຫີນແຮ່ ແລະ ດິນແດງ ທຽວໄດ້ໃນລະດູແລ້ງເທົ່ານັ້ນ. ນ້ຳຕົກຕາດນ້ຳແຮງ ເປັນນ້ຳຕົກຕາດ ທີ່ເກີດຂຶ້ນ ໂດຍທຳມະຊາດ ແລະ ໄດ້ຄົ້ນພົບເຫັນ ໃນສະຕະວັດທີ III, ຊື່ວ່າ: ບ້ານນ້ຳແຮງ ເພາະວ່າ ນ້ຳໄຫຼຕົກລົງໄປສູ່ຕາດ ມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນັ້ນ ດັງແຮງຫຼາຍ. ສະນັ້ນ, ຊາວບ້ານ ກໍ່ໄດ້ໃສ່ຊື່ວ່າ ຕາດນ້ຳແຮງ. ອີກສາເຫດໜຶ່ງທີ່ວ່າ ຕາດນ້ຳແຮງນັ້ນ ຍ້ອນວ່າແຕ່ກ່ອນນັ້ນ ມີປ່າດົກໜາປົກຫຸ້ມ ທີ່ອຸດົມສົມບູນ ດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດ ມີເຄືອໝາກແຫຼະໃຫຍ່ເສັ້ນໜຶ່ງ ຢ່ອນລົງມາໜ້າຕາດ ເວລານ້ຳຕົກໂຕນຕາດຖືກ ເຄືອເຂົາດັ່ງກ່າວນັ້ນ ມັນກະເດັນອອກທັບໃສ່ນ້ຳໂຕນຕາດ ກາຍເປັນສຽງດັງແຮງອອກໄປຫຼາຍ ກິໂລແມັດ ບາງຄັ້ງ ກໍ່ໄດ້ຍິນສຽງດັງໄປຮອດ ເມືອງຮຸນ. ດ້ວຍເຫດນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນເອີ້ນຊື່ຕາດນີ້ວ່າ: ຕາດນ້ຳແຮງ ນ້ຳຕົກຕາດນ້ຳແຮງປະກອບມີສາມຕາດລຽນກັນຂຶ້ນຄື: ຕາດທີ 1: ມີຄວາມ ສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງປະມານ 8 ແມັດ ແລະ ຕາດທີ 3: ສູງປະມານ 5 ແມັດ. ນ້ຳນີ້ ໄຫຼອອກມາຈາກບ້ານນ້ຳຍື່ງໄປສູ່ບ້ານສີ ບຸນເຮືອງ.

         ຕາດຫຼັກ 11 ບ້ານນາງີ້ວ ເມືອງໄຊ. (ອຸດົມໄຊ)
ຕາດຫຼັກ 11 ຕັ້ງຢູ່ບ້ານນາງິ້ວ, ເມືອງໄຊ, ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງ ໄປທາງທິດໃຕ້ ທາງເລກທີ 13 ເໜືອ 11 ກິໂລແມັດ. ເປັນຕາດຂະໜາດນ້ອຍ, ປະຈຸບັນ ຊາວບ້ານຄອບຄົວໜຶ່ງ ເປັນຜູ້ຄຸ້ມຄອງ ບໍລິການບໍ່ມີ ປະຫວັດຄວາມເປັນມາ ເອີ້ນຕາມກິໂລແມັດ ທີ 11 ຍ້ອນຕັ້ງຢູ່ ກິໂລແມັດທີ 11. ລັກສະນະ ຂອງຕາດ ເປັນຕາດຂະນ້ອຍ ມີຄວາມສູງປະມານ 30 ແມັດ ແລະ ກວ້າງ ປະມານ 10-15 ແມັດ. ໃນບໍລິເວນຕາດ ມີຕົ້ນໄມ້ ປົກຫຸ້ມເຢັນສະບາຍ ເໝາະສົມໃນການ ແວ່ຊົມ ແລະ ພັກຜ່ອນຢ່ອນອາລົມ ສຳລັບນັກທ່ອງທ່ຽວ ທີ່ເດີນທາງຜ່ານໄປມາ ແລະ ອີກຢ່າງໜຶ່ງ ກໍ່ບໍ່ໄກຈາກເທດສະບານ ເມືອງໄຊ ເໝາະສົມໃນການທ່ອງທ່ຽວ ຊົມທຳມະຊາດ ຂອງຊາວແຂວງອຸດົມໄຊ.



            ຕາດນ້ຳແຈ ບ້ານທ່າມື່ນ ເມືອງແບງ. (ອຸດົມໄຊ)
ນ້ຳຕົກຕາດນ້ຳແຈ ບ້ານທ່າມື່ນ ຕັ້ງຢູ່ທາງທິດຕາເວັນອອກ ຂອງບ້ານທ່າມື່ນ, ເມືອງແບງ, ແຂວງອຸດົມໄຊ. ສະພາບເສັ້ນທາງການເຂົ້າເຖິງ ແມ່ນຍັງມີຄວາມຫຍຸ້ງຍາກ ຍັງເປັນເສັ້ນທາງທະລຸ ເຂົ້າໄປຫາຕາດປະມານ 4 ກິໂລແມັດ ເປັນເສັ້ນທາງ ທີ່ຍັງບໍ່ໄດ້ຍົກລະດັບ. ທ່າແຮງ ແລະ ສິ່ງທີ່ດຶງດູດ ນັກທ່ອງທ່ຽວ ແມ່ນນ້ຳຕົກຕາດ ແລະ ຢູ່ບໍລິເວນຕາດ ປົກຫຸ້ມດ້ວຍ ປ່າໄມ້ດົກໜາ. ລັກສະນະ ຂອງຕາດ ປະກອບດ້ວຍສອງພັກ, ພັກທີໜຶ່ງ ສູງປະມານ 7 ແມັດ, ພັກທີສອງ ສູງປະມານ 8 ແມັດ, ໃນປີ 2007 ໄດ້ຮັບການຊ່ວຍເຫຼືອ ຈາກບໍລິສັດ ສາລິກາ ໄດ້ທະລຸເສັ້ນທາງ ຈາກບ້ານທ່າມື່ນ ເຂົ້າໄປຫາ ນ້ຳຕົກຕາດແລ້ວ ປະມານ 3 ກິໂລແມັດ. ຕາມການບອກເລົ່າ ຂອງຜູ້ເຖົ້າຜູ້ແກ່ວ່າ ຕາດນ້ຳແຈ ເປັນຕາດທ່ອນກາງ ຂອງເງືອກໃນປາງກ່ອນ. ສ່ວນທ່ອນຫົວ ຕົກຢູ່ຫົວນ້ຳຫາວ ໃກ້ຊາຍແດນ ເມືອງງາ ແລະ ທ່ອນຫາງ ຕົກຢູ່ຫົວນ້ຳແມດ (ບ້ານນາແມດ). ຍ້ອນການຂ້າຟັນລັນແທງ ລະຫວ່າງມະນຸດກັບເງືອກ ສາເຫດແມ່ນຍາດຜູ້ສາວ ມາເປັນເມຍ ແລະ ສາເຫດທີສອງ ທີ່ເອີ້ນກັນ ຕາດນ້ຳແຈ ຍ້ອນເປັນ ທ່ອນໂຮມຊຸມນຸມ ກິນແຈ (ໝ້ຽງ) ຂອງຄົນສະໄໝກ່ອນ. ​


           ຕົ້ນໄມ້ລຳທຽນ (ໜອງຫຼົ່ມ) ບ້ານຈອມແລງ. (ອຸດົມໄຊ) 
 ປ່າໄມ້ລຳທຽນແຫ່ງນີ້ ຕັ້ງຢູ່ບ້ານຈອມແລງ, ຫ່າງຈາກເທດສະບານ ເມືອງຮຸນ ປະມານ 23 ກິໂລແມັດ, ສະພາບເສັ້ນທາງເຂົ້າເຖິງ ເປັນເສັ້ນທາງດິນແດງຍົກລະດັບ, ທຽວໄດ້ລະດູດຽວ. ທ່າແຮງ ແລະ ລັກສະນະ ຂອງຕົ້ນໄມ້ສູງຍາວ ບໍ່ມີງ່າຄືກັບ ລຳທຽນ ເກີດຂຶ້ນໂດຍທຳມະຊາດ ຊຶ່ງກວມເອົາຫຼາຍເຮັກຕາ ເໝາະສົມໃນການພັດທະນາ ເປັນສະຖານທີ່ບໍລິການ, ສະຖານທີ່ທ່ອງທ່ຽວ ທີ່ຫາຊົມໄດ້ຍາກ ເຊິ່ງເວົ້າໄດ້ວ່າ ມີແຕ່ແຫ່ງດຽວແຫ່ງນີ້ ຢູ່ໃນໂລກ ທີ່ມີຕົ້ນໄມ້ທີ່ອັດສະຈັນ ເກີດຂຶ້ນໃນລັກສະນະນີ້. ຕົ້ນໄມ້ລຳທຽນ ແລະ ໜອງຫຼົ່ມແຕ່ປາງກ່ອນ ຊາວບ້ານຈອມແລງ (ໃນອະດີດ) ໄດ້ຟານດ່ອນໂຕໜຶ່ງ ແລ້ວມາແບ່ງປັນຊີ້ນຟານ ດັ່ງກ່າວ ໃຫ້ແຕ່ລະຫຼັງຄາເຮືອນກິນ ແຕ່ຍັງມີຄອບຄົວແມ່ໝ້າຍ ຄອບຄົວໜຶ່ງ ບໍ່ກ້າເອົາຊີ້ນ ນັ້ນມາປຸງແຕ່ງກິນ ກໍເລີຍເອົາຊີ້ນຟານດັ່ງກ່າວ ໄປຫ້ອຍໄວ້ ຢູ່ເສົາຊານ. ຕໍ່ມາໃນຄ່ຳຄືນ ຂອງມື້ນັ້ນຈິ່ງເກີດ ມີຝົນຕົກ ຟ້າຮ້ອງລົມຢ່າງແຮງ ຢ່າງໜັກ ແລະ ໃກ້ຂ້ອນແຈ້ງ ຈຶ່ງເກີດ ມີຂະບວນຂອງ ເງືອກມາພັດທະລົ່ມເອົາເຮືອນ ຂອງປະຊາຊົນຊາວ ບ້ານຈອມແລງ ຕາຍທັງໝົດ ຍັງເຫຼືອແຕ່ແມ່ໝ້າຍ ຜູ້ທີ່ບໍ່ກ້າກິນ ຊີ້ນຟານດ່ອນດັ່ງກ່າວ. ແມ່ໝ້າຍຄົນນັ້ນ ເຫັນຄົນອື່ນໃນ ໝູ່ບ້ານຕາຍໝົດ ລາວກໍຄິດຢາກຕາຍນຳເຂົາເຈົ້າ  ລາວເບິ່ງບ່ອນໃດ ເປັນວັງນ້ຳເລິກ ລາວກໍ່ໄດ້ໂດດລົງໄປ ເພື່ອຂ້າໂຕເອງຕາຍ ແຕ່ເມື່ອໂດດລົງ ບ່ອນທີ່ເປັນນ້ຳວັງ ເລິກ ກໍ່ກາຍເປັນບົກ, ເປັນໂພນຂຶ້ນ ຍ້ອນລາວບໍ່ໄດ້ກິນ ຊີ້ນຟານດ່ອນ ເງືອກຈິ່ງບໍ່ຕ້ອງການລາວ. ເຂດບ້ານດັ່ງກ່າວ ກໍເລີຍເປັນໜອງ. ແຕ່ປະຈຸບັນ ຍັງມີຮ່ອງຮອຍ ໃຫ້ເຫັນເຊັ່ນ: ໂນນໂພນ ທີ່ແມ່ໝ້າຍກະໂດດ, ໂນນເຮືອນ ຂອງແມ່ໝ້າຍ.
      ຕໍ່ມາ ໃນບໍລິເວນບ້ານ ຫຼື ໜອງເກີດມີ ຕົ້ນໄມ້ໃຫຍ່, ຍາວ, ລຳຊື່, ບໍ່ມີງ່າ ຄືກັບລຳທຽນ. ດັ່ງນັ້ນ, ຊາວເມືອງຮຸນ ຈຶ່ງພາກັນເອີ້ນຊື່ວ່າ “ໜອງຕົ້ນໄມ້ລຳທຽນ”. ສ່ວນຕົ້ນໄມ້ ລຳທຽນ ທີ່ກ່າວມານີ້ ແມ່ນໄດ້ເກີດ ຂຶ້ນມາພາຍຫຼັງ ມີການຫລົ່ມບ້ານເປັນໜອງ. ປະຈຸບັນໃນຂົງເຂດ ດັ່ງກ່າວ ກໍ່ກາຍເປັນໜອງໃຫຍ່ເ ປັນບ່ອນລ້ຽງປາ ຂອງຊາວບ້ານ. ສ່ວນຕົ້ນໄມ້ລຳທຽນແມ່ນ ຍັງມີເຖິງທຸກວັນນີ້ ຊຶ່ງເປັນຕົ້ນໄມ້ທີ່ຫາເບິ່ງໄດ້ ຍາກຢູ່ໃນໂລກ.


​   
        ວັດພະເຈົ້າສິງຄຳ ບ້ານດອນ ເມືອງຫຼາ. (ແຂວງອຸດົມໄຊ)
ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈກາງເທດສະບານ ເມືອງຫຼາ, ມີທ່າແຮງໃນການພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວ. ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມເປັນມາ ທີ່ຍາວນານ ແລະ ເປັນວັດທີ່ມີ ພະເຈົ້າສັກສິດແຫ່ງໜຶ່ງ ທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປ ໄດ້ເຂົ້າໄປ ກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງ ຂອງແຕ່ລະຄົນ ບໍ່ໄດ້ຂາດໃນແຕ່ລະວັນ. ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກໍ່ຄືໂຄງການພັດທະນາ ການທ່ອງທ່ຽວ ແບບຍືນຍົງແຂວງອຸດົມໄຊ ໄດ້ພັດທະນາ ແລະ ປັບປຸງກໍ່ສ້າງ ສິ່ງອຳນວຍຄວາມສະດວກ ຂະນາດນ້ອຍ ເປັນຕົ້ນແມ່ນຫ້ອງນ້ຳ, ບ່ອນຂາຍທູບທຽນ, ບ່ອນເຊົ່າ (ຫຼືປ່ຽນສິ້ນ) ແລະ ເດີ່ນຈອດລົດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມ ແລະ ກາບໄຫວ້ພະເຈົ້າສິງຄຳ.
ວັດພະເຈົ້າສິງຄຳ ແຕ່ກ່ອນເອີ້ນວ່າ “ວັດກາງ” ເພາະເປັນວັດໃຫຍ່ ທີ່ຊາວເມືອງຫຼາ ພາກັນມາກາບໄຫ້ວ ສັກກາລະບູຊາ ເປັນທີ່ເພິ່ງທາງໃຈ. ຕາມການສັນນິຖານ ຂອງເຖົ້າແກ່, ວັດນີ້ ໄດ້ສ້າງຂຶ້ນ ປະມານ 2000 ກວ່າປີແລ້ວ ຕັ້ງຢູ່ເທິງ ພູເຂົາຄວາຍ ບ້ານປາກຫຼາ (ປະຈຸບັນ ໂຮມເປັນບ້ານດອນສະອາດ). ພາຍຫຼັງ ໄດ້ເອົາພະເຈົ້າສິງຄຳ ມາປະດິດສະຖານໄວ້ ຈຶ່ງປ່ຽນຊື່ວັດກາງມາເປັນ “ວັດພະເຈົ້າສິງຄຳ” ຕາມຊື່ ຂອງພະເຈົ້າສິງຄຳ ຈົນເຖິງປະຈຸບັນ. ພູເຂົາຄວາຍສະຖານທີ່ຕັ້ງ ວັດພະເຈົ້າສິງຄຳແຫ່ງນີ້ ປະກົດມີຮູ ຢູ່ເທິງພູເບື້ອງນ້ຳຫຼາ ມີລັກສະນະ ກ້ຽງບໍ່ເສົ້າໝອງ. ຕາມການເລົ່າຂານວ່າ: ເມື່ອວັນໜຶ່ງ ມື້ວັນສິນໃຫຍ່ ຂຶ້ນ 14-15 ຄ່ຳ, ສຳມະເນນໄດ້ເຫັນຊາຍໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາໄຫວ້ ພະເຈົ້າສິງຄຳ ແລ້ວກໍ່ລົງຮູຫາຍໄປ ສ້າງຄວາມອັດສະຈັນ, ພະສົງສາມະເນນ ຈຶ່ງໄປບອກຊາວບ້ານໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານ ກໍ່ປະຫຼາດໃຈຫຼາຍ ຕໍ່ມາຊາວບ້ານ ຈຶ່ງຕົກລົງກັນ ເອົາໝາກພຸກ ມາປ່ອນລົງຮູດັ່ງກ່າວ ແລ້ວໃຫ້ຄົນໄປເບິ່ງວັງນ້ຳພາກ ຄື: ວັງຄຳ, ວັງອີງ, ວັງອ່າງ ກໍ່ແມ່ນວັງນ້ຳຕາມສາຍນ້ຳພາກ, ນ້ຳຫຼາ. ນັບແຕ່ນັ້ນມາຊາວບ້ານ ຈຶ່ງເວົ້າກັນວ່າ ແມ່ນຮູພະຍານາກ ຂຶ້ນມາໄຫວ້ພະເຈົ້າສິງຄຳ. ສະນັ້ນ, ຊາວບ້ານ ຈຶ່ງຢ້ານພະຍານາກ ເອົາພະເຈົ້າສິງຄຳ ໄປໄວ້ໃນນ້ຳຕື່ມອີກ; ຊາວບ້ານ ຈຶ່ງພາກັນຊອກຫາເອົາ ສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ ຈົນເຖິງປະຈຸບັນ ແລະ ກໍ່ບໍ່ປະກົດເຫັນ ພະຍານາກຂຶ້ນມາອີກ. ລະຫວ່າງປີ ພສ 2000 ປີ ກົງກັບປີ ຄສ 1457 ຊາວບ້ານ ຈຶ່ງໄດ້ສ້າງອາຣາມ ແບບສີລະປະເຜົ່າລື້ຂຶ້ນ ແລະ ໄດ້ກໍ່ອຸໂມງກວມໄວ້ ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳໄວ້ ໃນອຸໂມງ ໂດຍແມ່ນນາຍຊ່າງຫໍ້ ເປັນຜູ້ສ້າງ ແຕ່ບໍ່ທັນ ສຳເລັດສົມບູນເທື່ອ. ຮອດປີ ພສ 2743 (ຄສ 1930) ໄດ້ມີສາທຸຈຳປາ ເປັນຄົນບ້ານດອນລ້ອມ ໄດ້ມາປະຈຳ ແລະ ນຳພະສົງສາມະເນນ ອອກຕົນຍາດໂຍມ ສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ຝາຕາມແບບເຜົ່າລື້ ລ້ອມຝາຂຶ້ນເຄິ່ງໜຶ່ງ. ຕໍ່ມາ ສາທຸອ້ວນ ຄົນບ້ານຫາດນາງ ໄດ້ສືບຕໍ່ເຮັດຝາ, ໃສ່ປ່ອງຢ້ຽມ ຄືປະຈຸບັນ ແຕ່ຍັງຕ່ຳເລັກໜ້ອຍ (ບໍ່ພຽງປາຍເສົາ).


       ເຜົ່າອາຄາ ບ້ານອາໂນ ເມືອງຫຼາ. (ອຸດົມໄຊ)
ບ້ານອາໂນ ເປັນບ້ານເຜົ່າອາຄາ ຕັ້ງຢູ່ທາງທິດຕາເວັນອອກ ຂອງເມືອງຫຼາ, ຫ່າງຈາກເມືອງຫຼາ ປະມານ 32,5 ກິໂລແມັດ (ເສັ້ນທາງເຂົ້າຫາ ບ້ານສາມາດທຽວໄດ້ 2 ລະດູ ເປັນທາງດິນແດງອັດແໜ້ນ ບາງບ່ອນມີຄວາມຫຍຸ້ງຍາກ ໃນໄລຍະລະດູຝົນ). ເປັນບ້ານວັດທະນະທຳຂອງ ເຜົ່າອາຄາ ທີ່ມີເອກະລັກແຕກຕ່າງ ຈາກເຜົ່າອື່ນ ທີ່ສ້າງຄວາມສົນໃຈ ຂອງນັກທ່ອງທ່ຽວ ທີ່ໄດ້ມາພົບເຫັນ ໂດຍສະເພາະ ແມ່ນການແຕ່ງກາຍ ຂອງຊົນເຜົ່າ, ວິຖີການດຳລົງຊີວິດ. ພາສາຂອງ ເຜົ່າອາຄາ ມີສຳນຽງຄ້າຍຄືກັບພາສາຈີນ ແລະ ມົ້ງ. ອາຊີບຫຼັກ ແມ່ນປູກເຂົ້າ (ໄຮ່), ຄ້າຂາຍ, ລ້ຽງສັດ ແລະ ອື່ນໆ ເຜົ່າອາຄາ ນັບຖືຜີ, ມີການນຸ່ງຖືແຕກຕ່າງ ກັບເຜົ່າອື່ນໆ ແລະ ຍັງມີເອກະລັກ ທີ່ມີຄວາມໝາຍ ແຕກຕ່າງກັນ ໂດຍສະເພາະ ຢູ່ດ້ານຫຼັງ ຂອງຜ້າຄຽນຫົວ (ໝວກ). ບຸນປີໃໝ່ ຂອງເຜົ່າອາຄາ ແມ່ນຈັດຂຶ້ນທຸກໆເດືອນມັງກອນ ຂອງທຸກປີ, ບຸນກິນເຂົ້າໃໝ່ ຈັດຂຶ້ນທຸກໆເດືອນກັນຍາ, ບຸນປະຕູໂຂງ (ບຸນລ້ຽງ ຜີ) ຈັດຂຶ້ນທຸກໆເດືອນພຶດສະພາ.
ທາດໄຊມຸງຄຸນລັດຕະນະມິ່ງເມືອງ. (ອຸດົມໄຊ)
ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ ຕັ້ງຢູ່ບ້ານນາຫວານນ້ອຍ (ຈຸດໃຈກາງເທດສະບານແຂວງ). ພະທາດນີ້ ມີຄວາມສູງ 18 ແມັດ, ກວ້າງ 18 ຄູນ 18 ແມັດ, ເປັນພະທາດ ທີ່ສວຍງາມ ແລະ ເປັນທີ່ສັກກະລະບູຊາ ຂອງຊາວພຸດ ໂດຍສະເພາະ ແມ່ນຊາວແຂວງອຸດົມໄຊ ແລະ ສາສະນິກະຊົນທົ່ວໄປ ເຂົ້າມາທ່ຽວກາບໄຫວ້ ແລະ ຊົມທິວທັດ ແລະ ສຳພັດບັນຍາກາດ ຕົວເມືອງໄຊ ແລະ ກາບໄຫວ້ສັກກາລະບູຊາ. ທ່າແຮງ ຂອງທາດມິ່ງ. ເມືອງຕັ້ງຢູ່ ໃຈກາງເທດສະບານແຂວງ ເປັນສູນກາງ ທາງດ້ານວັດທະນະທຳ, ເປັນທີ່ເພິ່ງທາງໃຈ, ສະຖານທີ່ສັກ ກາລະບູຊາກາບໄຫວ້, ສະຖານພັກຜ່ອນນຍາມແລງ ແລະ ເປັນຂວັນບ້ານມິ່ງເມືອງ ຂອງແຂວງອຸດົມໄຊ ຖ້າຜູ້ໃດມາ ແຂວງອຸດົມໄຊບໍ່ໄດ້ຂຶ້ນ ວັດພູທາດ ກໍ່ຊໍ່າກັບວ່າບໍ່ໄດ້ ມາຮອດແຂວງອຸດົໄຊ.
ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ໄດ້ສ້າງຂຶ້ນໃໝ່ ໃນປີ ຄສ 1996 ແລະ ເປີດບໍລິການໃນປີ ຄສ 1997. ເມືອກ່ອນເອີ້ນວ່າ “ພະທາດ” ຕາມການສັນນິຖານທາດ ດັ່ງກ່າວ ໄດ້ສ້າງຂຶ້ນໃນສະໄໝ ເຈົ້າໄຊຍະເສດຖາທິລາດ ປະມານ 400-500 ປີກ່ອນນີ້. ພະທາດດັ່ງກ່າວ ມີຄວາມສູງ ປະມານ 4-5 ແມັດ, ກໍ່ດ້ວຍດິນຈີ່. ມາຮອດສະໄໝຝຣັ່ງປົກຄອງ ບໍລິເວນພະທາດ ໄດ້ເປັນຄ້າຍຂອງຝຣັ່ງ ໃນສະໄໝສົງຄາມຝຣັ່ງ ແລະ ອາເລິກາ ແລະ ພະທາດ ໄດ້ຖືກທຳລາຍເປ່ເພ ເຫຼືອແຕ່ກອງດິນຈີ່. ມາຮອດປີ 1990 ບໍລິສັດນ້ຳມັນເຊື້ອໄຟ ໄດ້ສ້າງເສັ້ນທາງຂຶ້ນ ແລະ ມາຮອດປີ 1996 ແຂວງອຸດົມໄຊ ໄດ້ປະຕິສັງຂອນຄືນໃໝ່ ໂດຍສ້າງທາດຂຶ້ນໃໝ່ ເຊິ່ງກວມເອົາທາດເກົ່າ ມີລວງສູງ 18 ແມັດ, ກວ້າງ 18 ຄູນ 18 ແມັດ, ໄດ້ປ່ຽນຊື່ໃໝ່ ເອີ້ນວ່າ “ພະທາດໄຊມຸງຄຸນຣັດຕະນະມິ່ງເມືອງ” ໄດ້ສະຫຼອງໃນເດືອນ 3 ເພັງຂອງທຸກໆປີ. ທຶນປັບປຸງແມ່ນຂອງລັດຖະບານ ມູນຄ່າ 60 ລ້ານກວ່າກີບ, ເລີ່ມສ້າງແຕ່ ວັນທີ 09/01/1996 - 9/01/1997 ສຳເລັດ ແລະ ຈັດພິທີສະຫຼອງວັນທີ 19-22/2/1997.


ໜ້າຫຼັກ


     ຍີນດີຕ້ອນຮັບເຊີນທ່ຽວເມືອງເໝືອເປັນເມືອງໜາວທະເລໝອກ(ແຂວງອຸດົມໄຊ)




                   ແຜນທີ່ຂອງ ແຂວງອຸດົມໄຊ

ໂປຼຮມໍຊັນ

ເຮືອນພັກສາຍນໍ້າກັດຢໍລະປາ ເມືອງໄຊ ແຂວງອຸດົມໄຊຕັ້ງຢູ່ບ້ານແຟນ,ລາຄາພິເສດ ເພື່ອ ຕ້ອນ ຮັບບຸນສັ່ງທ້າຍປີເກົ່າຕ້ອນຮັບປີໃຫ່ມ(ຮີບຈ່ອງເດີ້ມີຈໍານວນຈໍ...